位于北京市石景山区的法海寺闻名于寺内的壁画,经过五百多年漫长岁月,法海寺大雄宝殿的六面墙上,至今完整地保留着九幅极其精美的明代壁画。
ວັດຝາໄຫທີ່ຕັ້ງຢູ່ຄຸ້ມເຊີຈີງສ່ານນະຄອນຫຼວງປັກກິ່ງມີຊື່ສຽງຍ້ອນວ່າຝາຜະໜັງໃນວັດ, ທີ່ມີອາຍຸເຖິງ 500 ກວ່າປີ,ຮູບແຕ້ມທີ່ຢູ່ເທິງຝາຜະໜັງ 6 ດ້ານຂອງຫໍຫຼັກ ເຊິ່ງຮອດປັດຈຸບັນຮູບແຕ້ມທີ່ສວຍງາມທີ່ສຸດຂອງສະໄໝລາຊະວົງມີງຍັງຖືຮັກສາໄວ້ໄດ້ດີ.
法海寺壁画分布在大雄宝殿北墙门的两侧、中佛像座龛背后和十八罗汉身后两面山墙上。佛龛背后有壁画三铺,中铺画水月观音,右铺画文殊菩萨,左铺画普贤菩萨。殿前罗汉的背后,祥云缭绕中画30尊如来、菩萨和两组乘云飞舞的天人。下部画牡丹、莲花、月季、菩提、芭蕉等各种花草。全殿九幅壁画面积达236.7平方米,共绘人物77个,既有男女老幼,又有神佛鬼怪,姿态各异,神情不一。有说法和坐禅的,有膜拜的,也有徐徐行进的,还有冉冉飞舞的。所绘人物、禽兽、神怪和草木等,不仅形象真实美好,而且生意盎然,和谐明快,组成了一幅幅或清新明净、或庄严肃穆的佛国仙境画面。
ຮູບແຕ້ມຝາຜະໜັງວັດຝາໄຫຖືກແຕ້ມຢູ່ສອງເບື້ອງຂອງປະຕູໃຫຍ່,ເບື້ອງຫຼັງພະພຸດທະຮູບທີ່ຢູ່ທາງກາງ ແລະ ເບື້ອງຫຼັງຂອງພະອໍລະຫັນ 18 ອົງຂອງຫໍຫຼັກ.ຢູ່ຝາພະໜັງເບື້ອງຫຼັງຂອງພະພຸດທະຮູບມີຮູບແຕ້ມ3 ແຜ່ນ, ແຜ່ນກາງແມ່ນພະໂພທິສັດສຸຍເຢ້ກວນອິມ, ແຜ່ນເບື້ອງຂວາແມ່ນພະມັນຊຸສິຣີໂພທິສັດ, ແຜ່ນເບື້ອງຊ້າຍແມ່ນພະສະມັນຕະພັດໂພທິສັດ. ຢູ່ເບື້ອງຫຼັງຂອງພະອໍລະຫັນ, ໃນເມກສິລິມຸງຄຸນເປັນກຸ່ມ,ແຕ້ມພະຕະຖາຄົດ, ພະໂພທິສັດ 30 ອົງ ແລະ ອັບສະຣາສອງກຸ່ມທີ່ຟ້ອນໃນເມກ. ພາກສ່ວນລຸ່ມແມ່ນດອກໄມ້ ແລະພືດຊະນິດຕ່າງໆ ເຊັ່ນ, ດອກປີໂວອິນ, ດອກບົວ, ດອກກຸຫຼາບ, ກົກໂພ ແລະຕົ້ນກ້ວຍເປັນຕົ້ນ.ຮູບແຕ້ມຝາຜະໜັງວັດຝາໄຫ9 ແຜ່ນໃນຫໍຫຼັກມີເນື້ອທີ່ 236,7 ຕາແມັດ, ມີຮູບຄົນ ແລະ ເທບ 77 ພາບ, ທັງມີຜູ້ຊາຍ,ຜູ້ຍິງ ຜູ້ເຖົ້າ,ເດັກນ້ອຍ ແລະ ມີທັງເທວະດາ, ພະພຸດທະເຈົ້າ ,ພະໂພທິສັດ ແລະ ຜີສາງມານຮ້າຍ, ມີຮູບຊົງຫຼາຍໆປະເພດທີ່ແຕກແຕ່ງກັນ, ເຊັ່ນ, ເທສະໜາ, ຂາບໄຫວ້, ຍ່າງໄປສູ່ໜ້າ ແລະ ຟ້ອນລຳທຳເພງ……. ຮູບບຸກຄົນ, ສັດຕ່າງໆ,ເທວະດາ , ຜີມານ ແລະ ພືດຕ່າງໆ, ກໍ່ມີຮູບຊົງທີ່ງົດງາມ, ມີຊີວິດຊີວາ,ແລະມີຄວາມກົມກຽວກັນ, ເຊິ່ງຮູບພາບເຫຼົ່ານັ້ນມີຄວາມແຈ່ມແຈ້ງ, ສະຫງົບ ແລະ ເຄັ່ງຂຶມທີ່ກ່ຽວຂ້ອງສຳພັນກັນ.
法海寺明代壁画最为珍贵的壁画要算北墙门两侧所绘的《礼佛护法图》。该图由帝后、天龙八部和众鬼神组成浩浩荡荡的礼佛护法行列。两幅画共有人物35人,三五成组互相呼应,人物服饰华丽,仪表庄重温雅,色泽艳丽而浓厚。法海寺《帝释梵天图》(北墙西侧)继承了唐宋时期纯粹佛教内容的风格。元代之后的多数壁画在内容上都是佛道掺杂,而法海寺跃出当时的主流,继承了唐宋时期的风格。
ຮູບແຕ້ມຝາຜະໜັງທີ່ລ້ຳຄ່າທີ່ສຸດຂອງວັດຝາໄຫສະໄໝລາຊະວົງມີງແມ່ນ “ພາບຂາບໄຫວ້ພະ ແລະ ທຳມະທາດາ” ທີ່ຢູ່ສອງເບື້ອງຂອງປະຕູໃຫຍ່ເຊິ່ງພາບດັ່ງກ່າວນີ້ນີ້ແມ່ນການຂາບໄຫວ້ພະພຸດທະເຈົ້າຂອງກຸ່ມຜູ້ເຫຼື້ອມໃສສັດທາເຊິ່ງປະກອບດ້ວຍເຈົ້າຊີວິດ, ພະມະເຫສີ,ແປດເທບອະສູນມັງກອນຟ້າ ແລະ ຜີສາງມານຮ້າຍຕ່າງໆ, ລວມມີບຸກຄົນ ແລະ ເທບ 35 ພາບ, ເປັນຈຸເປັນກຸ່ມ, ໃສ່ເສື້ອຜ້າອາພອນທີ່ຫຼູຫຼາ, ມີກິລິຍາມາລະຍາດສຸພາບຮຽບຮ້ອຍ, ພາບແຕ້ມດ້ວຍສີທັງງົດງາມ ແລະ ເຢັນຕາ. “ພາບທ້າວສັກກະ ແລະ ພະພຣອມ” ຂອງວັດຝາໄຫ (ທິດຕາເວັນຕົກຝາພະໜັງເໜືອ) ໄດ້ສືບທອດຮູບແບບພຸດທະສາສະໜາຂອງສະໄໝລາຊະວົງຖັງ ແລະ ຊົ້ງ(618-1279) ອ້ອຍຕ້ອຍ. ຫຼັງຈາກລາຊະວົງຢວນ (1271-1368), ຮູບແຕ້ມຝາພະໜັງຂອງຈີນສ່ວນຫຼາຍກໍ່ແມ່ນຮູບແຕ້ມປະສົມປະສານລະຫວ່າງພຸດທະສາສະໜາ ກັບ ສາສະໜາເຕົ໋າ, ແຕ່ວ່າວັດຝາໄຫບໍ່ໄດ້ປະຕິບັດຕາມກະແສຫຼັກຂອງຍຸກສະໄໝ,ແຕ່ໄດ້ຍຶດໝັ້ນສືບທອດຮູບແບບຂອງ ສະໄໝລາຊະວົງຖັງ ແລະ ຊົ້ງ.
法海寺壁画是中国现存元、明、清以来由宫廷画师所作为数极少的精美壁画之一,也是北京这座历史文化名城所保存的古代壁画中的杰出代表,可与欧洲文艺复兴时期的壁画相媲美。在中国现存明代壁画中,从壁画艺术、规模、完整程度和壁画制作工艺、绘画技巧、人物造型及用金方法等多方面,法海寺壁画堪称中国明代壁画之最。
ຮູບແຕ້ມຝາພະໜັງຂອງວັດຝາໄຫແມ່ນຮູບແຕ້ມຝາພະໜັງທີ່ສວຍງາມທີ່ສຸດແລະລ້ຳຄ່າທີ່ສຸດຂອງຈີນທີ່ຖືກຮັກສາໄວ້ຈົນຮອດປັດຈຸບັນນັບແຕ່ລາຊະວົງຢວນ,ລາຊະວົງມີງ(1368-1644)ແລະລາຊະວົງຊີ່ງ(1636-1912),ເຊິ່ງກໍ່ແມ່ນຕົວແທນທີ່ດີງາມຂອງຮູບແຕ້ມຝາພະໜັງສະໄໝບູຮານຂອງນະຄອນຫຼວງປັກກິ່ງ,ມີຄຸນຄ່າສູງເທົ່າກັບຮູບແຕ້ມຝາພະໜັງຂອງສະໄໝຟື້ນຟູສີລະປະວັນນະຄະດີຈະເລີນຮຸ່ງເຮືອງຂອງເອີລົບ. ໃນຮູບແຕ້ມຝາພະໜັງສະໄໝລາຊະວົງມີງທີ່ຖືກຮັກສາຈົນຮອດປັດຈຸບັນ,ເພື່ອເບິ່ງຈາກຫຼາຍດ້ານເຊັ່ນ, ລະດັບສິລະປະ, ຂະໜາດ, ລະດັບຄົບຖ້ວນ, ວິຊາການແຕ້ມຮູບພາບ ແລະ ຮູບຊົງຂອງບຸກຄົນແລະອື່ນໆ,ສາມາດເວົ້າໄດ້ວ່າ ຮູບແຕ້ມຝາຜະໜັງວັດຝາໄຫແມ່ນຮູບແຕ້ມຝາພະໜັງທີ່ດີທີ່ສຸດໃນສະໄໝນັ້ນ.